Share

ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ລະຫວ່ງ ຜູ້ເກົ່າ ແລະ ຜູ້ໃໝ່

Last updated: 9 Dec 2025
88 Views

ວັນທີ 8 ທັນວາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ອຸລະຫາ ທອງວັນທາ ຜູ້ອຳນວຍການໃຫຍ່່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ໃໝ່), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ອຸລະຫາ ທອງວັນທາ ໄດ້ຜ່ານບົດສະຫຼຸບໃນການນໍາພາ-ຊີ້ນຳບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງຕົນ ທີ່ເປັນເສນາທິການຊ່ວຍວຽກ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ລັດວິສາຫະກິດລາວ-ເອເຊຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ການດໍາເນີນທຸລະກິດມີປະສິດທິຜົນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງກາຍເປັນບໍລິສັດທີ່ຢູ່ແຖວໜ້າຂອງປະເທດເປັນຕົ້ນແມ່ນ ທາງດ້ານໂຄງລ່າງພື້ນຖານມີຄວາມພັດທະນາຢ່າງກວ້າງໄກ, ວ່ອງໄວ, ນໍາອຸປະກອນເຕັກໂນໂລຊີທີ່ລໍ້າໜ້າ ເຂົ້າມາຮັບໃຊ້ໃນສັງຄົມລາວ, ສາມາດສ້າງລາຍຮັບ ມອບພັນທະໃຫ້ລັດ ແລະ ຊ່ວຍເຫຼືອສັງຄົມ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມຮັບຮູ້, ເຊື່ອມຊຶມຕໍ່ມະຕິ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ ໜ້າທີ່ການເມືອງຂອງກົມກອງເປັນປົກກະຕິ ຈຶ່ງເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີການຫັນປ່ຽນດ້ານແນວຄິດ, ມີຄວາມອົດທົນບຸກບືນຫ້າວຫັນ, ມີຄວາມຮັບຜິດຊອບສູງ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ພ້ອມນັ້ນ, ກໍໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງສະຫາຍ ພົນຈັດຕະວາ ອຸລະຫາ ທອງວັນທາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ໃໝ່) ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວນການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ເກົ່າ) ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນວຽກງານນໍາພາ-ຊີ້ນຳ ຈົນເຮັດສໍາເລັດໜ້າທີ່ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງສະຫາຍ ອຳນວຍການໃຫຍ່ ລັດວິສາຫະກິດ ລາວ-ເອເຊຍໂທລະຄົມ, ເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຜູ້ໃໝ່) ຕ້ອງຍົກສູງພາລະບົດບາດການນໍາພາ-ຊີ້ນຳ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບພາຍໃນທຸກຂົງເຂດວຽກງານ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງ ບໍລິສັດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ເຮັດວຽກຢ່າງມີຫຼັກການວິທະຍາສາດ, ມີແບບແຜນ ແລະ ທັນສະໄໝ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້.


Related Content
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy