Share

ແຕ່ງຕັ້ງຮອງອຳນວຍການ ລັດວິສາຫະກິດ ລາວ-ເອເຊຍ ແລະ ບໍລິສັດ ສະຕາໂທລະຄົມ

Last updated: 17 Jun 2025
57 Views

 ປະກາດການ ປະກາດການແຕ່ງຕັ້ງຮອງອຳນວຍການ ລັດວິສາຫະກິດ ລາວ-ເອເຊຍ ແລະ ບໍລິສັດ ສະຕາໂທລະຄົມ
************************************
ພິທີປະກາດການແຕ່ງຕັ້ງຮອງອຳນວຍການລັດວິສາຫະກິດ ລາວ-ເອເຊຍ ແລະ ຮອງອຳນວຍການ ບໍລິສັດ ສະຕາໂທລະຄົມ, ຈັດຂຶ້ນໃນວັນທີ 1 ເມສາ 2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ຄະນະອຳນວຍການບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງພັກການຮັບບຳນານໃນນີ້, ຕົກລົງອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ບີມົວ ໄຟດາເຍຍຈ່າ ຮອງອຳນວຍການ ບໍລິສັດ ສະຕາໂທລະຄົມ ພັກການຮັບບໍານານ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງອຳນວຍການບໍລິສັດ ສະຕາໂທລະຄົມ, ການແຕ່ງຕັ້ງຮອງອຳນວຍການ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ໃນນີ້, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນມີ ມາລາວົງ ເປັນຮອງອໍານວຍການບໍລິສັດ ສະຕາໂທລະຄົມ, ຮອງອໍານວຍການ ລັດວິສາຫະກິດລາວ-ເອເຊຍໂທລະຄົມ ທັງເປັນອໍານວຍການຮ່ວມລັດວິສາຫະກິດຮຸ້ນສວນທ່າເຮືອສາກົນ ລາວ-ຫວຽດນາມ ຜູ້ປະຈຳການຢູ່ທ່າເຮືອຫວຸງອາງ ແຂວງຮາຕິງ ສສ ຫວຽດນາມ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ຄິດສະຫງວນ ທິບພະວົງ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ເປັນຜູ້ຊ່ວຍອຳນວຍການ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ສະຫາຍ ພັນຕີ ດາວວີ ສີຫາເທບ ເປັນຮອງອໍານວຍການຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາໂທລະຄົມ ແລະ ສະຫາຍ ຈັນທະວີໄຊ ທຳມະວົງ ເປັນຮອງອໍານວຍການ ເຕັກໂນໂລຊີ ບໍລິສັດ ສະຕາໂທລະຄົມ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສືບຕໍ່ນຳພາ-ຊີ້ນໍາ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກວຽກງານ, ເຮັດວຽກປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ມີການປຶກສາຫາລື ແລະ ເປັນເອກະພາບພາຍໃນໝູ່ຄະນະ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

Related Content
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy