Share

ພິທີ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຫ້ອງວ່າການກະຊວງປ້ອງກັນປະເທດ, ເປັນຮອງອຳນວຍການລັດວິສາຫະກິດລາວເອເຊຍໂທລະຄົມ

Last updated: 10 Sept 2025
90 Views

ພິທີ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຫ້ອງວ່າການກະຊວງປ້ອງກັນປະເທດ, ເປັນຮອງອຳນວຍການລັດວິສາຫະກິດລາວເອເຊຍໂທລະຄົມ, ຈັດຂຶ້ນໃນວັນທີ 5 ກັນຍາ ປີ 2025 ທີ່ ກະຊວງປ້ອງກັນປະເທດ. ໂດຍການເປັນປະທານຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ຄະນະອຳນວຍການລັດວິສາຫະກິດລາວ-ເອເຊຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ມີການປັບປຸງປ່ຽນແປງຕຳແໜ່ງງານລັດວິສາຫະກິດລາວເອເຊຍ ໂທລະຄົມ ແມ່ນແຕ່ງຕັ້ງ ສະຫາຍ ພັ.ອ ຄິດສະຫງວນ ທິບພະວົງ ເປັນຮອງອຳນວຍການລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ເພື່ອແນ່ໃສ່ເຮັດໃຫ້ການຊີ້ນຳພາມີຄວາມຄອງຕົວ, ຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນເງື່ອນໄຂສະພາບໃໝ່ ແລະ ໃຫ້ຄົບຕາມອົງປະກອບການຈັດຕັ້ງຂອງລັດວິສາຫະກິດ ຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະກະຊວງປ້ອງກັນປະເທດ

.


Related Content
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy