Share

ທ່າທຽບເຮືອ ແລະ ລົດໄຟຄວາມໄວສູງ ເຊື່ອມຕໍ່ຫາສາກົນ

Last updated: 17 Jun 2025
61 Views
ປະເທດລາວເປັນປະເທດທີ່ບໍ່ມີທະເລກໍບໍ່ມີທາງອອກສູ່ທະເລ ແລະ ບໍ່ມີເສັ້ນທາງເຊື່ອມຕໍ່ຫາສາກົນ (ເປັນປະເທດປິດ) ຈຶ່ງເຮັດໃຫ້ການສ້າງສາພັດທະນາເສດຖະກິດສັງຄົມຂອງລາວຂະຫຍາຍຕົວ ແລະ ພັດທະນາໂຕຊ້າ, ດັ່ງນັ້ນລັດຖະບານຈີ່ງໄດ້ຊອກຫາສອ່ງທາງແກ້ໄຂບັນຫານີ້ໂດຍມອບໃຫ້ບໍລິສັດຂອງລາວຮວ່ມມືສ້າງເສັ້ນທາງລົດໄຟຄວາມໄວສູງສາກົນລາວ-ຈີນ ເພື່ອຈະໄດ້ມີເສັ້ນທາງເຊື່ອມຈອດໃນພາກພື້ນ ແລະສາກົນ, ຈະໄດ້ມີຄວາມສະດວກໃນການນຳສົ່ງສີນຄ້າອອກສູ່ຕະຫຼາດສາກົນ ແລະ ຂົນສົ່ງບັນດານັກທອ່ງທ່ຽວໄປມາຫາສູ່ກັນໃນອາຊຽນ ຫຼື ຢູໂລບ. ຍັງບໍ່ພໍສຳນັ້ນ, ລັດຖະບານກໍຍັງຕອ້ງການໃນການຂົນສົ່ງສີນຄ້າຜ່ານທາງທະເລອອກສູ່ສາກົນ, ດວ້ຍຄວາມຮັກແພງສາມັກຄີພິເສດ ລາວ-ຫວຽດນາມ, ສະຫາຍຫວຽດນາມໄດ້ມີຄວາມຍີນດີມອບຂອງຂວັນອັນລ້ຳຄ່າໃຫ້ລາວເຊີ່ງທ່ານໂຕເລິມເລຂາທີການໃຫ່ຍພັກຄອມມຸຍນິດຫວຽດນາມໄດ້ກ່າວສູນທອນລະພົດວ່າ "ເຂົ້າເມັດຫັກ, ຜັກເສັ້ນໜຶ່ງຫວຽດນາມ-ລາວເຮົາຕອ້ງແບ່ງກັນກິນ, ໃນເມື່ອຫວຽດນາມມີທະເລ, ລາວກໍຕອ້ງມີທະເລເຊັ່ນກັນ" ເພື່ອໃຫ້ລາວໄດ້ມີທະເລລັດຖະບານ ແລະ ປະຊາຊົນຫວຽດນາມຈີ່ງໄດ້ມອບທ່າເຮືອສາກົນເລກ3ວູ໊ງອ່າງແຂວງຮ່າຕີ໋ງໃຫ້ເປັນຂອງລາວນຳໃຊ້ຕະຫຼອດການ, ເພື່ອໃຫ້ລາວສະດວກສະບາຍໃນການລຳລຽງຂົນສົ່ງສີນຄ້າອອກສູ່ຕະຫຼາດສາກົນ. ນອກນີ້ລາວກໍໄດ້ມີທ່າເຮືອຂົນສົ່ງສີນຄ້າທາງນ້ຳຂອງ, ຈາກທ່າເຮືອເມືອງຕົ້ນເຜີ້ງແຂວງບໍ່ແກ້ວອອກສູ່ແຂວງພາກໃຕ້ຂອງຈີນ.

Related Content
ເປີດນໍາໃຊ້ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ
ເປີດນໍາໃຊ້ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ ແຂວງຮ່າຕິງ ສສ ຫວຽດນາມ
16 Jun 2025
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy