Share

ກິດຈະກຳປູກຕົ້ນໄມ້ ທີ່ສະໜາມກ໋ອບ ລາວເອເຊຍ ເມືອງວັງວຽງ

Last updated: 17 Jun 2025
53 Views

ຄະນະນໍາເມືອງວັງວຽງ, ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ຈັດກິດຈະກຳປູກຕົ້ນໄມ້
.........................................
ວັນທີ 31 ພຶດສະພາ 2025 ນີ້, ຄະນະນໍາເມືອງວັງວຽງ ແຂວງວຽງຈັນ, ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1 ມິຖຸນາ 1924-1 ມິຖຸນາ 2025) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980-1 ມິຖຸນາ 2025 ), ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ທີ່ສະໜາມກັອຟ ຂອງລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ທີ່ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນໍາເມືອງວັງວຽງ, ບັນດາຜູ້ຕາງໜ້າຈາກຫ້ອງວ່າການກະຊວງປ້ອງກັນປະເທດ, ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງ ເມືອງວັງວຽງ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມພິທີປູກຕົ້ນໄມ້ໃນຄັ້ງນີ້. ຈາກຊັ້ນ, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ກ່າວເປິດພິທີຢ່າງເປັນທາງການ, ພ້ອມທັງໄດ້ກ່າວວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄລຍະທ້າຍສະໄໝ ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ ເຊິ່ງໃນນັ້ນ, ພັກ-ລັດຖະບານ ຍາມໃດກໍຖືເອົາວຽກງານຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸດທະສາດສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເພື່ອເປັນການປະຕິບັດບັນດາແຜນຍຸດທະສາດປ່າໄມ້ ແລະ ຄາດໝາຍທາງດ້ານສີ່ງແວດລ້ອມ ທີ່ກອງປະຊຸມໃຫຍ່ ຂອງພັກວາງອອກ ໃຫ້ປາກົດຜົນເປັນຈິງ ໃນການປູກຕົ້ນໄມ້, ຟື້ນຟູປ່າຄືນຄວາມອຸດົມ ສົມບູນໃຫ້ແກ່ທຳມະຊາດ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ທ້ອງຖິ່ນທີ່ມີທັ້ງການພັດທະນາເສດຖະກິດຂອງລັດວິສາຫະກິດຂອງກອງທັບ ແລະ ເປັນສ່ວນໜຶ່ງໃນການມີສ່ວນຮ່ວມການຈັດຕັ້ງການຜັນຂະຫຍາຍນະໂຍບາຍການພັດທະນາແບບຍືນຍົງ ແລະ ເປັນສີຂຽວ ຂອງລັດຖະບານ.
ສໍາລັບຕົ້ນໄມ້ທີ່ນໍາມາປູກມີ: ຕົ້ນໄມ້ອຸດສະຫະກຳ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກຈຳນວນ 3.000 ກວ່າຕົ້ນ ແລະ ປ່ອຍປາປະສົມ ຈໍານວນ 8.000 ກວ່າໂຕ.


Related Content
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy