Share

ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ

Last updated: 8 Jul 2025
20 Views

ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ
.............
ໃນວັນທີ 4 ກໍລະກົດ 2025 ນີ້, ຢູ່ທີ່ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ ເຂດບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ອຸລາຫາ ທອງວັນທາ ປະທານ ລັດວິສະຫະກິດ ລາວ-ເອເຊຍ ໂທລະຄົມ, ມີ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງ ເມືອງວັງວຽງ, ມີ ທ່ານ ສີວອນ ເພັດມີໄຊ ປະທານກຸ່ມ ບໍລິສັດຍອດຈະເລີນກໍ່ສ້າງ, ມີຄະນະກໍາມະການ, ນາຍບ້ານ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສຸລະສັກ ພິພັກຜົນ ຮອງຫົວໜ້າພະແນກຊ່າງແສງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງວ່າ: ໃນສັນຍາຮັບເໝົາກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແລະ ຂົວຂ້າມນໍ້າຊອງ, ຂໍ້ຕົກລົງ ຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການ ປັບປຸງກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແລະ ຂົວຂ້າມນໍ້າຊອງ. ໂຄງການດັ່ງກ່າວໄດ້ສໍາຫຼວດ ໃນວັນທີ 21 ພຶດສະພາ 2024, ຜ່ານໄລຍະເວລາການກໍ່ສ້າງ ເລີ່ມແຕ່ເດືອນຕຸລາ 2024-ມິຖຸນາ 2025 ແມ່ນສໍາເລັດຕາມສັນຍາໃນນັ້ນ, ປະກອບມີ 2 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງເສັ້ນທາງ ເຊິ່ງມີໄລຍະທາງທັງໝົດຕາມສັນຍາ 1,63 ກິໂລແມັດ, ຄວາມກວ້າງໜ້າທາງ 8 ແມັດ, ໜ້າທາງປູຢາງສອງຊັ້ນ; ວຽກກໍ່ສ້າງຂົວ ຄວາມຍາວທັງໝົດ 85,28 ແມັດ, ຂົວເບຕົງເສີມເຫຼັກ, ຂາງອັດແຮງ, ເຊິ່ງຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດ ຍອດຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ແລະ ຍັງມີວຽກຈຳນວນໜຶ່ງ ທີ່ຍັງບໍ່ສຳເລັດຄື: ວຽກຖົມດິນຍົກລະດັບທາງເຂົ້າຂົວ ເຊິ່ງບໍລິສັດຈະສືບຕໍ່ຫຼັງຈາກຫວິດລະດູຝົນໃຫ້ສຳເລັດ 100% ພາຍໃນປີ 2025.
ຫຼັງຈາກສຳເລັດການກວດກາ, ໄດ້ພ້ອມກັນລົງນາມບົດບັນທຶກການ ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊ່ອງ ລະຫວ່າງ ບໍລິສັດ ຍອດຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາໂຄງການ ກັບ ບໍລິສັດ ລາວ-ເອເຊຍ ໂທລະຄົມ ເຈົ້າຂອງໂຄງການ. ຈາກນັ້ນ, ໄດ້ລົງນາມບົດບັນທຶກການມອບໃຫ້ອໍານາດການປົກຄອງເມືອງວັງວຽງ ເພື່ອເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

 


Related Content
ກິດຈະກຳປູກຕົ້ນໄມ້ ທີ່ສະໜາມກ໋ອບ ລາວເອເຊຍ ເມືອງວັງວຽງ
ເມືອງວັງວຽງ, ລັດວິສາຫະກິດລາວ-ເອເຊຍໂທລະຄົມ ແລະ ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45ປີ. ທີ່ສະໜາມກ໋ອບ ລາວເອເຊຍ ເມືອງວັງວຽງ
16 Jun 2025
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy