Share

ເຊັນບົດບັນທຶກຄວາມເຂົ້າໃຈ(MOU)ລະຫວ່າງ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ເຕິ່ນ ກ່າງ ໄຊງ່ອນ ຈຳກັດ

Last updated: 9 Dec 2025
32 Views

ວັນທີ 20 ພະຈິກ 2025 ນີ້, ຢູ່ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ເຕີນ ກ່າງ ໄຊງ່ອນ ຈຳກັດ ວ່າດ້ວຍການຮ່ວມມືຂົງເຂດ ການຂົນສົ່ງ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍເສນາທິການກອງທັບປະຊາຊົນລາວ, ສະຫາຍ ພົນໂທ ຫງວຽນ ເຈືອງ ຖັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີສະຫາຍ ພົນຈັດຕະວາ ອຸລະຫາ ທອງວັນທາ ຜູ້ອໍານວຍການໃຫ່ຍ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ສະຫາຍ ພັນເອກ ບຸຍ ວັນ ກວຸຍ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ເຕີ່ນ ກ່າງ ໄຊງ່ອນ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້, ເພື່ອເປັນການສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈໃນການ ແລກປ່ຽນຂໍ້ມູນລະຫວ່າງທັງສອງຝ່າຍ ເພື່ອຢືນຢັນຄວາມສໍາພັນການຮ່ວມມືແບບຍາວນານ ແລະ ຮອບດ້ານ ລະຫວ່າງ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ເຕີນ ກ່າງ ໄຊງ່ອນ ຈຳກັດແນໃສ່ສົ່ງເສີມການເຊື່ອມໂຍງດ້ານຂະແໜງການຂົນສົ່ງ ແລະ ການບໍລິການຂົນສົ່ງທີ່ຕິດພັນກັບແລວເສດຖະກິດຕາເວັນຕົກ-ຕາເວັນອອກ ໃນນັ້ນ, ປະກອບ ສ່ວນຍົກສູງຄວາມສາມາດແຂ່ງຂັນຂອງຕ່ອງໂສ້ສະໜອງຢູ່ເຂດຊາຍແດນລະຫວ່າງສອງປະເທດ ລາວ-ຫວຽດນາມ; ຍົກສູງປະສິດທິພາບ ແລະ ຄຸນນະພາບຂອງການບໍລິການດ້ານການຂົນສົ່ງຢູ່ທ່າເຮືອສາກົນລາວ-ຫວຽດ ທີ່ ເມືອງ ຫວຸ້ງອ່າງ ແລະ ພື້ນຖານສິ່ງອໍານວຍຄວາມສະດວກທີ່ເຊື່ອມຕໍ່ກັບທ່າເຮືອ, ໂຮງງານ ແລະ ລູກຄ້າ; ເພີ່ມປະສິດທິພາບການດໍາເນີນງານດ້ານການຂົນສົ່ງເພື່ອຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມ ສາມາດໃນການແຂ່ງຂັນກັບທຸລະກິດທີ່ດໍາເນີນງານຢູ່ໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ໂດຍສະເພາະທຸລະກິດທີ່ໃຊ້ບໍລິການຢູ່ທ່າເຮືອສາກົນລາວ-ຫວຽດ.
ໂດຍການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ແມ່ນ ສະຫາຍ ພັນເອກ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫ່ຍ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ສະຫາຍ ພັນເອກ ບຸຍ ວັນ ກວຸຍ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ເຕີ່ນ ກ່າງ ໄຊງ່ອນ ຈຳກັດ.

Related Content
This website uses cookies for best user experience, to find out more you can go to our Privacy Policy and Cookies Policy
Compare product
0/4
Remove all
Compare
Powered By MakeWebEasy Logo MakeWebEasy