ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ
Last updated: 8 Jul 2025
22 Views
ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ
.............
ໃນວັນທີ 4 ກໍລະກົດ 2025 ນີ້, ຢູ່ທີ່ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊອງ ເຂດບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ອຸລາຫາ ທອງວັນສາ ປະທານ ລັດວິສະຫະກິດ ລາວ-ເອເຊຍ ໂທລະຄົມ, ມີ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງ ເມືອງວັງວຽງ, ມີ ທ່ານ ສີວອນ ເພັດມີໄຊ ປະທານກຸ່ມ ບໍລິສັດຍອດຈະເລີນກໍ່ສ້າງ, ມີຄະນະກໍາມະການ, ນາຍບ້ານ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສຸລະສັກ ພິພັກຜົນ ຮອງຫົວໜ້າພະແນກຊ່າງແສງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງວ່າ: ໃນສັນຍາຮັບເໝົາກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແລະ ຂົວຂ້າມນໍ້າຊອງ, ຂໍ້ຕົກລົງ ຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການ ປັບປຸງກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແລະ ຂົວຂ້າມນໍ້າຊອງ. ໂຄງການດັ່ງກ່າວໄດ້ສໍາຫຼວດ ໃນວັນທີ 21 ພຶດສະພາ 2024, ຜ່ານໄລຍະເວລາການກໍ່ສ້າງ ເລີ່ມແຕ່ເດືອນຕຸລາ 2024-ມິຖຸນາ 2025 ແມ່ນສໍາເລັດຕາມສັນຍາໃນນັ້ນ, ປະກອບມີ 2 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງເສັ້ນທາງ ເຊິ່ງມີໄລຍະທາງທັງໝົດຕາມສັນຍາ 1,63 ກິໂລແມັດ, ຄວາມກວ້າງໜ້າທາງ 8 ແມັດ, ໜ້າທາງປູຢາງສອງຊັ້ນ; ວຽກກໍ່ສ້າງຂົວ ຄວາມຍາວທັງໝົດ 85,28 ແມັດ, ຂົວເບຕົງເສີມເຫຼັກ, ຂາງອັດແຮງ, ເຊິ່ງມູນຄ່າໃນສັນຍາ: 2.298.809,34 ໂດລາ ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດ ຍອດຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ແລະ ຍັງມີວຽກຈຳນວນໜຶ່ງ ທີ່ຍັງບໍ່ສຳເລັດຄື: ວຽກຖົມດິນຍົກລະດັບທາງເຂົ້າຂົວ ເຊິ່ງບໍລິສັດຈະສືບຕໍ່ຫຼັງຈາກຫວິດລະດູຝົນໃຫ້ສຳເລັດ 100% ພາຍໃນປີ 2025.
ຫຼັງຈາກສຳເລັດການກວດກາ, ໄດ້ພ້ອມກັນລົງນາມບົດບັນທຶກການ ມອບ-ຮັບ ຊົ່ວຄາວ ແລະ ເປີດນໍາໃຊ້ໂຄງການປັບປຸງກໍ່ສ້າງເສັ້ນທາງປູຢາງ ແລະ ຂົວຂ້າມນໍ້າຊ່ອງ ລະຫວ່າງ ບໍລິສັດ ຍອດຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາໂຄງການ ກັບ ບໍລິສັດ ລາວ-ເອເຊຍ ໂທລະຄົມ ເຈົ້າຂອງໂຄງການ. ຈາກນັ້ນ, ໄດ້ລົງນາມບົດບັນທຶກການມອບໃຫ້ອໍານາດການປົກຄອງເມືອງວັງວຽງ ເພື່ອເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

Related Content
Sea transportation plays an essential role in enabling the movement of goods.
16 Jun 2025